ຂ່າວດີ ເປີດຂາຍປີ້ລົດໄຟລາວ-ຈີນ ລ່ວງໜ້າ 7 ວັນເນື່ອງໃນເທດສະການປີໃໝ່ລາວ

ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວໃນການເດີນທາງໄລຍະເທດສະການປີໃໝ່ລາວທີ່ຈະມາເຖິງ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເປີດຂາຍປີ້ລົດໄຟລ່ວງໜ້າເຖິງ 7 ວັນ ສຳລັບປີ້ວັນທີ 14-22 ເມສາ 2024. ນອກຈາກນີ້, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍັງເປີດນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ໃນລະຫວ່າງວັນທີ 12-19 ເມສາ 2024 ສໍາລັບຖ້ຽວ C92/1 ແລະ C84/3 ໄປ-ກັບ ນະຄອນຫຼວງວຽງຈັນ-ຫຼວງພະບາງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ໂດຍສານຈຳນວນຫຼວງຫຼາຍ ໃນການເດີນທາງລະຫວ່າງສອງສະຖານີນີ້. ພ້ອມດຽວກັນນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ປັບຕາຕະລາງເດີນລົດບາງສະຖານີ ເພື່ອອຳນວຍຄວາມສະດວກໃນການເດີນທາງຂອງຜູ້ໂດຍສານຫຼາຍຂຶ້ນ. ລາຍລະອຽດຕາຕະລາງເດີນລົດ ເບິ່ງຕາມຕາຕະລາງ. ທີ່ມາ: ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ

ນາຍົກ ແນະນຳໃຫ້ຈຳປາສັກ ເພີ່ມບໍລິການ ສາຍການບິນ ດຶງດູດການລົງທຶນ ແລະ ການທ່ອງທ່ຽວ

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແນະນຳໃຫ້ ອຳນາດການປົກຄອງແຂວງ ຈຳປາສັກ ເປີດບໍລິການສາຍການບິນເພີ່ມ ເພື່ອອໍານວຍຄວາມສະດວກ, ດຶງດູດການລົງທຶນ, ດຶງດູດການທ່ອງທ່ຽວ ແລະ ອື່ນໆ. ຄຳເຫັນດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ ໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມຊຸກຍູ້ ແລະ ຊີ້ນຳວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໂດຍມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ອີງຕາມຂໍ້ມູນຈາກ ເວັບໄຊ ການບິນລາວ, ປັດຈຸບັນ ຖ້ຽວບິນວຽງຈັນ-ປາກເຊ ມີ 2 ຖ້ຽວຕໍ່ມື້ ແລະ ມີ 3​ຖ້ຽວຕໍ່ມື້ ສຳລັບວັນ ວັນອັງຄານ, ວັນພະຫັດ ແລະ ວັນເສົາ, ຖ້ຽວບິນຈາກ ຫຼວງພະບາງ-ປາກເຊ ອີກ […]

ສະຫຼົດໃຈ ຜິດຖຽງກັນໃຊ້ປືນຍິງກັນ ເສຍຊີວິດ 1 ຄົນ

ເກີດເຫດໃຊ້ປືນຍິງກັນ ໃນເວລາ 21:00 ນາທີ ຂອງວັນທີ 6 ເມສາ 2024 ທີ່ຜ່ານມາ ຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຜູ້ບາດເຈັບສາຫັດ 2 ຄົນ ແລະ ເສຍຊິວິດ 1 ຄົນ ສາເຫດຍ້ອນຜິດຖຽງກັນ. ຜູ້ໄດ້ຮັບບາດເຈັບ 2 ຄົນ ເປັນເພດຊາຍ 1 ຄົນ ຖືກຍິງບາດແຜເປີດໃຫຍ່ຂາຊ້າຍ ແລະ ເພດຍິງ 1 ຄົນ ຖືກຍິງເຂົ້າໜ້າທ້ອງ 2 ນັດ, ສ່ວນຜູ້ເສຍຊີວິດເປັນເພດຊາຍ ເສຍຊີວິດຄາທີ່ ຖືກຍິງເຂົ້າທີ່ທ້ອງ ແລະ ລຳຕົວ. ລາຍລະອຽດຕ່າງໆຍັງຢູ່ໃນຂັ້ນຕອນການສືບສວນສອບສວນຂອງເຈົ້າໜ້າທີ່ ແລະ ຈະລາຍງານຕາມພາຍຫຼັງ. ທີ່ມາ: ໜ່ວຍກູ້ຊີບກູ້ໄພນະຄອນຫຼວງ

ຈະໄດ້ມີການສ້ອມແປງຕັດທໍ່ນໍ້າປະປາ ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້ ເຂດເມືອງຫາດຊາຍຟອງ

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ 300 DIP, ໃສ່ທໍ່ນໍ້າປະປາ ໃໝ່ ຂະໜາດ 160 uPVC ເພື່ອເພີ່ມແຮງດັນນໍ້າ ຢູ່ເຂດບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 9 ເມສາ 2024 ນີ້ ເລີ່ມແຕ່ 9:00ໂມງ ຫາ 16:00ໂມງ, ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ ຢູ່ເຂດເມືອງດັ່ງກ່າວ. ໃນໄລຍະການສ້ອມແປງນີ້, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ເຂດບ້ານດົງໂພນແຮ່, ບ້ານນາຄວາຍ, ບ້ານດົງໂພສີ, ບ້ານທ່ານາແລ້ງ, ບ້ານທ່າມ່ວງ, ບ້ານນາໄຫ ແລະ ບ້ານດູງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຍັງຮຽກຮ້ອງໃຫ້ບັນດາຜູ້ຊົມໃຊ້ນ້ຳປະປາ […]

ແຈ້ງປະຊາຊົນຢູ່ລຽບຕາມສາຍນ້ຳຄານ ຫ້າມລົງນ້ຳ ແລະ ຫ້າມເກັບເອົາປາຕາຍເດັດຂາດ

ຫ້ອງວ່າການນະຄອນຫຼວງພະບາງ ອອກແຈ້ງການໃນວັນທີ 4 ເມສາ 2024 ເຖິງພໍ່ແມ່ປະຊາຊົນຊາວເມືອງຫຼວງພະບາງ ຊາບວ່າ: ຫ້າມບໍ່ໃຫ້ລົງອາບນໍ້າຄານ ເຂດບ້ານ ພູຊ້າງຄໍາ ລົງມາ ຫາ ປາກຄານ, ນໍ້າຂອງແຕ່ປາກຄານ ລົງມາ ແລະ ຫ້າມນໍາເອົາປາທີ່ຕາຍຢູ່ນໍ້າຄານ, ນໍ້າຂອງ ນໍາມາປະກອບເປັນອາຫານ, ນໍາໄປຂາຍ ຢ່າງເດັດຂາດ, ເນື່ອງຈາກວ່າ ປະຈຸບັນ ໄດ້ເກີດອຸບັດເຫດລົດຂົນສົ່ງສານເຄມີ ປິ້ນ ຢູ່ເຂດບ້ານ ພູຊ້າງຄໍາ ນະຄອນຫຼວງພະບາງ ເຮັດໃຫ້ເກີດມີສານເຄມີຈໍານວນໜຶ່ງ ໄຫຼລົງຫ້ວຍ ແລ້ວໄຫຼລົງມາຍັງນໍ້າຄານ, ນໍ້າຂອງ ເຮັດໃຫ້ເປັນອັນຕະລາຍຕໍ່ຄົນ, ສັດ, ປາ ແລະ ອື່ນໆ ພ້ອມນັ້ນ ມອບໃຫ້ນາຍບ້ານ ປະກາດຜ່ານໂທລະໂຄ່ງ ໃຫ້ພໍ່ແມ່ປະຊາຊົນຮັບຊາບ ເປັນແຕ່ລະໄລຍະ. ທີ່ມາ VientianeTimes

ອາກາດ ຍັງສືບຕໍ່ຮ້ອນ ພ້ອມຈະມີຝົນຕົກ ຢູ່ບາງທ້ອງຖິ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນພະຍາກອນອາກາດປະຈໍາວັນທີ 4 ເມສາ 2024 ວ່າ: ສະພາບອາກາດ ຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ຢູ່ທົ່ວໄປ ແລະ ຮ້ອນເອົ້າຫຼາຍ ຢູ່ບາງທ້ອງຖິ່ນ ພ້ອມຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງພາກໃຕ້ຕື່ມອີກ, ເນື່ອງຈາກ ມວນອາກາດຮ້ອນເອົ້າ ຍັງຈະປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລະບຸອີກວ່າ: ພະຍາກອນອາກາດ ເວລາ 7:00 ໂມງ ຂອງວັນທີ 4 ເມສາ 2024 ເຖິງເວລາ 7:00 ໂມງ ຂອງວັນທີ 5 ເມສາ 2024 ທົ່ວທູກພາກຂອງປະເທດລາວ ມີດັ່ງນີ້: ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ) […]

ເຮືອນເສຍຫາຍຫຼາຍກວ່າ 50 ຫຼັງ ຈາກພາຍຸພັດ ຢູ່ເມືອງສາລະວັນ

ເກີດເຫດລົມພາຍຸພັດ​ຜ່ານ ແລະ ໝາກເຫັບຕົກ ເຮັດໃຫ້ເຮືອນ,​ ໂຄງຫຼັງຄາປໍ້ານໍ້າມັນ​ ແລະ ສິ່ງປຸກສ້າງອື່ນໆຂອງປະຊາຊົນເສຍຫາຍໜັກສົມຄວນ ຢູ່ເຂດບ້ານນາຂ້ອຍສາວ,​ ໝາກນາວ, ບ້ານພ້າວ, ບ້ານ​ສູງ, ນາໄຊ​ໃຫຍ່, ນາໄຊນ້ອຍ ແລະ ບ້ານອື່ນໆ ຂອງເມືອງສາລະວັນ ແຂວງສາລະວັນ. ຈາກຂໍ້ມູນເບື້ອງຕົ້ນມີເຮືອນປະຊາຊົນເສຍຫາຍຫຼາຍກ່ວາ 50 ຫຼັງ ແຕ່ບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດ. ຂໍ້ມູນ: ໂສພາ​ ສໍພະໄຊ

ມາຮູ້ຈັກວິທີປິ່ນປົວ ແລະ ອາການສະແດງທີ່ບົງບອກວ່າເປັນໄຂ້ຍຸງລາຍ

ພະຍາດໄຂ້ຍຸງລາຍ ເກີດຈາກເຊື້ອຈຸລະໂລກ ຫຼື ເຊື້ອໄວຣັສ ຕິດຕໍ່ໂດຍຍຸງລາຍ ຊຶ່ງມີອາການສະແດງໄຂ້ສູງຕະຫຼອດ 2-3 ວັນ, ເຈັບຫົວ, ປວດກະໂບງຕາ, ປວດກ້າມຊີ້ນ, ປວດຕາມຂໍ່ກະດູກ, ປວດຮາກ, ຜື່ນແດງຕາມຜິວໜັງ, ມີເລືອດອອກຕາມເຟັນແຂ້ວ ແລະ ຖ້າຮຸນແຮງຈະມີອາການຊ໋ອກ ໝົດສະຕິ ແລະ ອາດເສຍຊີວິດໄດ້. ອີງຕາມຂໍ້ມູນສູນຂ່າວສານການແພດສຸຂະສຶກສາ ໄດ້ແນະນໍາວ່າ: ການປິ່ນປົວພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ແມ່ນຕ້ອງໄດ້ປຶກສາທ່ານໝໍ, ພັກຜ່ອນໃຫ້ພຽງພໍ, ດື່ມນໍ້າຫຼາຍໆ ແລະ ກິນອາຫານທີ່ມີປະໂຫຍດ, ຖ້າມີໄຂ້ຂຶ້ນສູງກວ່າ 39 ອົງສາ ແມ່ນໃຫ້ກິນຢາປາຣາເຊຕາໂມນ ທຸກໆ 8 ຊົ່ວໂມງ ພ້ອມທັງໃຫ້ຮີບຮ້ອນໄປພົບແພດໝໍ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ​. ພ້ອມກັນນັ້ນ, ການປ້ອງກັນຕົນເອງຈາກຍຸງລາຍກັດ ແມ່ນຕ້ອງໄດ້ ທາຢາກັນຍຸງ, ທູບໄລ່ຍຸງ ແລະ ເຄື່ອງໄລ່ຍຸງແບບໃຊ້ໄຟຟ້າ,ໃສ່ຕາໜ່າງກັນຍຸງໃນປະຕູ ແລະ ປ່ອງຢ້ຽມ ແມ່ນສາມາດປ້ອງກັນຍຸງ ບໍ່ໃຫ້ເຂົ້າມາໃນເຮືອນໄດ້, ນອນໃນມຸ້ງຍ້ອມນໍ້າຢາກັນຍຸງ ທັງກາງເວັນ ແລະ ກາງຄືນ, […]

ມີພຣະພຸດທະຮູບທີ່ຂຸດຄົ້ນໄດ້ຢູ່ດອນເຜິ້ງຄໍາ ຈໍານວນ 154 ອົງທີ່ຂຶ້ນທະບຽນສໍາເລັດແລ້ວ

ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງບໍ່ແກ້ວ ແລະ ຫ້ອງການ ຖວທ ເມືອງຕົ້ນເຜິ້ງໄດ້ຂຶ້ນທະບຽນພຣະພຸດທະຮູບທີ່ຂຸດຄົ້ນໄດ້ຢູ່ດອນເຜິ້ງຄໍາ ສໍາເລັດແລ້ວຈໍານວນ 154 ອົງ. ພຣະພຸດທະຮູບທີ່ຂຶ້ນທະບຽນສໍາເລັດນັ້ນແມ່ນໄດ້ ຜ່ານການຂຸດຄົ້ນເປັນເວລາ 12 ວັນ ເລີ່ມແຕ່ວັນທີ 16-28 ມີນາ 2024, ໃນນັ້ນມີທັງພຣະພຸດທະຮູບທີ່ສົມບູນ ແລະ ບໍ່ສົມບູນ ສ່ວນພຣະພຸດທະຮູບປາງລີລາ, ພຣະພຸດທະຮູບໃບໂພ ແລະ ຊິ້ນສ່ວນອື່ນໆທີ່ໄດ້ຈາກການຂຸດຄົ້ນ ແມ່ນຍັງບໍ່ໄດ້ຂຶ້ນທະບຽນເທື່ອ ສໍາລັບອົງທີ່ໄດ້ຂຶ້ນລະບຽນແລ້ວສ່ວນຫຼາຍແມ່ນມີລັກສະນະສິລະປະລາວລ້ານຊ້າງ. ສ່ວນລາຍລະອຽດຕ່າງໆຍັງຢູ່ໃນການສະຫຼຸບສັງລວມ ແລະ ທາງທີມງານຂຶ້ນທະບຽນຈະລາຍງານເປັນໄລຍະ. ຂ່າວ: ຄໍາເພັງ ສີສະຫວ່າງ

ລັດວິສາຫະກິດ ຖືຮຸ້ນລາວ ສ້າງລາຍຮັບກວ່າ 50,51 ລ້ານໂດລາ ຈາກ 4 ໂຄງການ ຜະລິດພະລັງງານໄຟຟ້າ

ໃນປີ 2023 ລັດວິສາຫະກິດ ຖືຮຸ້ນລາວ ສ້າງລາຍຮັບກວ່າ 50,51 ລ້ານໂດລາ ຈາກການຖືຮຸ້ນ 4 ໂຄງການ ຜະລິດພະລັງງານໄຟຟ້າ, ມີຜົນກໍາໄລທາງການບັນຊີ 21,86 ລ້ານໂດລາ,ໄດ້ຊຳລະຕົ້ນທຶນ-ດອກເບັ້ຍໃຫ້ກະຊວງການເງິນ ແລະ ທະນາຄານທຸລະກິດພາຍໃນປະເທດຕາມສັນຍາ ແລະ ປະຕິບັດພັນທະອາກອນ 5,51 ລ້ານໂດລາສະຫະລັດ. ໃນວັນທີ 26 ມີນາ 2024 ນີ້, ທີ່ຫໍປະຊຸມແຫ່ງຊາດ ລັດວິສາຫະກິດຖືຮຸ້ນລາວ ຫຼື ລຮລ, ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024, ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີທ່ານ ມານະສິນ ວົງໄຊ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ແລະ ບັນດາກົມກອງ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໂດຍໃນ 4 ໂຄງການທີ່ລັດວິສາຫະກິດຖືຮຸ້ນລາວຮ່ວມຖືຮຸ້ນໃນປັດຈຸບັນສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.688 ລ້ານກິໂລວັດໂມງ(kWh) ໃນນັ້ນ, ໂຄງການໄຟຟ້ານໍ້າເທີນ […]